AFF U-16 ລາວເຂົ້າຮອບ ຕັດເຊືອກ ໃນຖານະແຊ້ມກຸ່ມ, ຂະນະທີ່ ບຸນພະຈັນ ເບີ 17 ຂອງລາວລຸ້ນ ດາວຍິງສູງສຸດ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

AFF U-16 ລາວເຂົ້າຮອບ ຕັດເຊືອກ ໃນຖານະແຊ້ມກຸ່ມ, ຂະນະທີ່ ບຸນພະຈັນ ເບີ 17 ຂອງລາວລຸ້ນ ດາວຍິງສູງສຸດ


ຜ່ານພົ້ນໄປຢ່າງຍິ່ງໃຫຍ່ ສຳລັບທັບນັກເຕະ ພິກຂີ້ໜູ ຢູ-16 ລາວ ໃນການແຂ່ງຂັນເຕະບານ ຮອບທຳອິດ ຊີງແຊ໋ມອາຊຽນ 2015 ຫລັງຈາກລົງແຂ່ງນັດສຸດທ້າຍ ເອົາຊະນະ ມາເລເຊຍ ໄປຢ່າງສວຍງາມ 2-0 ເຮັດໃຫ້ ທີມຊາດລາວ ຢູ-16 ມີຄະແນນມາເປັນອັນດັບໜຶ່ງຂອງກຸ່ມເອ (ຕາມຕາຕະລາງລຸ່ມ ນີ້ ).

ສະຫລຸບ ທັງ 5 ນັດທີ່ ຢູ-16 ລາວ ລົງແຂ່ງມີດັ່ງນີ້:
ວັນທີ 27/7/2015 ລາວ ຊະນະ ໄທ 1-0
ວັນທີ 29/7/2015 ລາວ ຊະນະ ຕີມໍ 3-2
ວັນທີ 31/7/2015 ລາວ ສະເໝີ ຫວຽດນາມ 2-2
ວັນທີ 2/8/2015 ລາວ ຊະນະ ບຣູໄນ 2-0
ວັນທີ 4/8/2015 ລາວ ຊະນະ ມາເລເຊຍ 2-0

# ຮອບຕໍ່ໄປ (ຮອງຊະນະເລີດ) ວັນທີ 7/8/2015 ຢູ-16 ລາວ ຈະພົບກັບ ມຽນມາ ຫລື ສິງກາໂປ (ກຸ່ມນັ້ນຍັງແຂ່ງບໍ່ແລ້ວ).
# ວັນທີ 9/8/2015 ຮອບຊີງຊະນະເລີດ.

ສຳລັບດາວຊັນໂວ ຫລື ຜູ້ຍິງປະຕູຫລາຍທີ່ສຸດ (5 ປະຕູ) ມາເຖິງມື້ນີ້ ມີດ້ວຍກັນທັງໝົດ 3 ຄົນ ຄື:
1. ບຸນພະຈັນ ບຸນຄົງ ຈາກ ສປປລາວ
2. ມາກ ໂມຣິກ ຈາກ ອອສເຕຣເລຍ
3. ຈິນຍະວັດ ຣັດສະໝີ ຈາກປະເທດໄທ.


ພວກເຮົາມາສົ່ງກຳລັງໃຈໃຫ້ ຢູ-16 ລາວ ເຂົ້າຊີງ ແລະ ລຸ້ນໃຫ້ ບຸນພະຈັນ ບຸນຄົງ ເປັນດາວຊັນໂວ ໃນທົວນາເມັນນີ້....ຂໍກຳລັງໃຈ ຜູ້ລະ Like ຈາກພວກທ່ານ ໄປໃຫ້ລູກຫລານ ພະຍາຟ້າງຸ່ມ ທີ່ກຳລັງອອກສະໜາມຮົບ ເພື່ອຊາດ ດ້ວຍເຖີ້ນ...!!! 

(ຂໍ້ມູນ ແລະ ພາບ ຈາກ ຄົນຂ້າງສະໜາມ. ນສພ ສຶກສາ-ກິລາ)

Post Bottom Ad