ບໍລິຈາກປື້ມ ເພື່ອນ້ອງນັກຮຽນ ໂດຍ Edf Lao - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ບໍລິຈາກປື້ມ ເພື່ອນ້ອງນັກຮຽນ ໂດຍ Edf Lao


ບໍລິຈາກປື້ມ ເພື່ອນ້ອງນັກຮຽນ ໂດຍ Edf Lao
ພວກຂ້າພະເຈົ້າສາມຄົນ ແມ່ນທິມງານທີ່ນອນຢູ່ໃນໂຄງການ" ປັນປື້ມໃຫ້ນ້ອງ" ຊຶ່ງມີຄວາມພາບພູມໃຈຫລາຍ ເພື່ອນຳສະເຫນີກິດຈະກຳສຳຄັນ ມາຍັງທ່ານ ໃນການລະດົມທຶນເພື່ອຊື້ປື້ມແບບຮຽນຊັ້ນ ປໍ5 ທີ່ຈະນະໄປຊ່ວຍເຫລືອນ້ອງໆທີ່ດ້ອຍໂອກາດ ແລະ ຂາດເຂີນ ທີ່ເມືອງດັກຈຶງ, ກະລືມ, ລະມາມ ແລະ ທ່າແຕງ ແຂວງເຊກອງ, ໂຄງການພວກເຮົາດຳເນີນມາໄດ້ຫລາຍປີແລ້ວ ແລະ ໄດ້ຄວາມຮ່ວມໄມ້ຮ່ວມມືໃຫ້ການອຸປະຖຳເປັນທີ່ຫນ້າເພີ່ງພໍໃຈ... 

ປີນີ້ເປັນປີບໍລິຈາກໃຫ້ການຊ່ວຍເຫລືອ ສຳລັບນັກຮຽນ ປໍ5 ຊຶ່ງທ່ານທັງຫລາຍທີ່ຄວາມກະລຸນາ ແລະ ຫລີງເຫັຍໄດ້ຄວາມຫມາຍ ຄວາມສຳຄັນ ໃນການປະກອບສ່ວນ ເພື່ອພັດທະນາສັງຄົມໃຫ້ຈະເລີນ ແລະ ຍັບເຂົ້າໃກ້ກັນກັບຕົວເມືອງ ຫລື ໃຫ້ມີຄວາມເທົ່າທຽມກັນທາງດ້ານການສຶກສາ ແລະ ການດຳລົງຊີວິດ ລະຫວ່າງຕົວເມືອງ ແລະ ຊົນນະບົດ.
ສະນັ້ນ, ທ່ານທຸກໆຄົນແມ່ນເປັນຜູ້ທີ່ສຳຄັນ ຊື່ງພວກເຮົາຂາດບໍ່ໄດ້ ແລະ ມາຈັບມືກັນ, ທຸ້ມເທເຫື່ອແຮງ, ສະຕິປັນຍາ, ທຶນຮອນຊັບສິນ ເພື່ອຈັດສົ່ງລົງໄປພັດທະນາຄົນເລົ່ານັ້ນ ໃຫ້ໄດ້ຮັບໂອກາດດີໆ ເພື່ອເຮັດໃຫ້ມີຊັບພະຍາກອນມຸດທີ່ປະເສີດ ປຽມລົ້ມໄປດ້ວຍຄຸນສົມບັດ, ຄວາມຮູ້, ຄວາມສາມາດ ຈື່ງຈະເຮັດໃຫ້ຊາດລາວມີຄວາມຈະເລີນ ແລະ ສີວິໄລ ຫມັ້ນຄົງຕະຫລອດໄປ.
ທ່ານສາມາດພົວພັນ ແລະ ໃຫ້ຄວາມກາລຸນາການບໍລິຈາກຜ່ານພວກເຮົາ ໄດ້ທຸກເວລາ ຕາມທີ່ຢູ່ ທາງ Face book: https://www.facebook.com/edf.lao ແລະ ເບີໂທ 021 240 300.
ຂໍສະແດງຄວາມເຄົາລົບ ແລະ ນັບຖືຢ່າງສູງ ມານະທີ່ນີ້ດ້ວຍ
---@---> www.pakaad.com

Post Bottom Ad