ຄວາມສູງທີ່ເໝາະສົມເປັນສິ່ງທີ່ໄວລຸ້ນຢຸກນີ້ຕ້ອງການ
ການເພີ່ມຄາມສູງສາມາດເພີ່ມຂຶ້ນໄດ້ດ້ວຍການອອກກໍາລັງກາຍສາມາດຄົ້ນຫາໄດ້ທີ່ Youtube ແລະ Google
ແຕ່ມື້ນີ້ແອດມິນໄດ້ຊອກຫາຂໍ້ມູນອາຫານທີ່ສາມາດເພີ່ມຄວາມສູງໄດ້ ເພື່ອເປັນປະໂຫຍດສຳຫລັບຄົນທີ່ຕ້ອງການເພີ່ມຄວາມສູງ ແຕ່ນອກຈາກອາຫານ ການອອກກຳລັງກາຍແລ້ວ ການນອນພັກຜ່ອນໃຫ້ພຽງພໍແມ່ນສິ່ງທີ່ຂາດບໍ່ໄດ້ເດີ້ ດັ່ງນັ້ນໃຜທີ່ຕ້ອງການຄວາມສູງ ກໍ່ຕ້ອງເຮັດໃຫ້ຄົບ ທັງອາຫານ ການອອກກຳລັງກາຍ ແລະ ການພັກຜ່ອນ
ເພື່ອບໍ່ໃຫ້ເສຍເວລາມາອ່ານຂໍ້ມູນທີ່ແອດມິນຂຽນກັນເລີຍ
ໄຂ່ໄກ່
ໄຂ່ໄກ່ ນັ້ນອຸດົມໄປດ້ວຍໂປຣຕີນອີກທັ້ງໄຂ້ຂາວຍັງມີປະໂຫຍດຕໍ່ການຈະເລີນເຕີບໂຕຂອງກ້າມເນື້ອ ສະນັ້ນການຮັບປະທານໄຂ່ໄກ່ທຸກມື້ນັ້ນກໍຈະໄດ້ບໍາລຸງກ້ານເນື້ອໃຫ້ຈະເລີນເຕີບໂຕໄດ້.
ນົມ
ໃຜໆກໍຮູ້ວ່ານົມອຸດົມໄປດ້ວຍແຄວຊຽມ ສານອາຫານທີ່ສໍາຄັນຂອງການເສີມສ້າງກະດູກ ອີກທັ້ງນົມຍັງຊ່ວຍໃຫ້ຮ່າງກາຍດູດຊຶມໂປຣຕີນໄດ້ດີຂື້ນນໍາ. ດັງນັ້ນຫາກດື່ມນົມເປັນປະຈໍາ ຮ່າງກາຍກໍຈະເລີນເຕີບໂຕ ແລະສູງຂື້ນໂດຍບໍ່ຮູ້ຕົວ.
ອາຫານທີ່ອຸດົມໄປດ້ວນວິຕາມິນ C ແລະວິຕາມິນ D
ວິຕາມິນ Cມີປະໂຫຍດກັບການສ້າງຄວາມແຂງແຮງຂອງກະດູກ ຊ່ວຍໃຫ້ຮ່າງກາຍດູດຊຶມສານອາຫານໄດ້ດີ ໂດຍສະເພາະວິຕາມິນຊີທີ່ໄດ້ຈາກໝາກສົ້ມ ຫຼືໝາກນາວເປັນຕົ້ນ ສ່ວນວິຕາມິນ Dຈະເຮັດໜ້າທີ່ຈັດລະບຽບໃຫ້ຮ່າງກາຍນໍາແຄວຊຍມ ແລະໂປຣຕີນໄປໃຊ້ຢ່າງຄຸ້ມຄາດັ່ງນັ້ນຢ່າລືມກິນ ປາ ແລະຜະລິດຕະພັນຈາກນົມເປັນປະຈໍາ.
ເມັດພືດ ແລະເນື້ອສັດ
ເມັດພືດກິນໄດ້ຢ່າງຖົ່ວຊະນິດຕ່າງໆລວມເຖິງເນື້ອສັດທຸກຊະນິດມີໂປຣຕີນສູງ ຊ່ວຍເສີມສ້າງກະດູກໃຫ້ເຮົາໄດ້ໂດຍຢ່າງນ້ອຍຄວນໃຫ້ຮ່າງກາຍໄດ້ຮັບໂປຣຕີນຈາກອາຫານເລົ່ານີ້ ອາທິດລະ 2ເທື່ອ.
ກ້ວຍ
ກ້ວຍເປັນໝາກໄມ້ທີ່ອຸດົມໄປດ້ວຍແຄວຊຽມ ມີສັບພະຄຸນຊ່ວຍເສີມສ້າງກ້າມເນື້ອ ແລະກະດູກໃຫ້ແຂງແຮງພ້ອມທັ້ງຍັງອຸດັມໄປດ້ວຍແຮທາດຕ່າງໆ ທີ່ເປັນປະໂຫຍດຕໍ່ຮ່າງກາຍ ແລະສ່ວນສໍາຄັນໃນການເສີມສ້າງຄວາມແຂງແຮງໃຫ້ກະດູກ.
ນໍ້າ
ກວ່າ 75%ຂອງສານປະກອບທັ້ງໝົດໃນຮ່າງກາຍນັ່ນກໍຄືນໍ້າທັ້ງນັ້ນເລີຍ ນໍ້າຈື່ງຖືວ່າເປັນສ່ວນສໍາຄັນຂອງຮ່າງກາຍເຮົາທີ່ຊ່ວຍຂັບເຄື່ອນໃຫ້ລະບົບຕ່າງໆເຮັດວຽກໄດ້ຢ່າງມີປະສິດທິພາບ ການດື່ມນໍ້າໃຫ້ພ່ຽງພໍກໍຈະເຮັດໃຫ້ຮ່າງກາຍແຂງແຮງ ແລະສູງຂຶ້ນອີກ.
ຫວັງວ່າຂໍ້ມູນດັ່ງນີ້ຈະເປັນປະໂຫຍດຕໍ່ທ່ານທຸກຄົນ ດ້ວຍຄວາມຫວັງດີຈາກ ແອດມິນ Day