ໂພດຂໍ້ຄວາມລົງເຟສບຸກ! ກຳນົດຄ່າແບບໃດໃຫ້ເໝາະສົມ ແລະ ປອດໄພ! - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ໂພດຂໍ້ຄວາມລົງເຟສບຸກ! ກຳນົດຄ່າແບບໃດໃຫ້ເໝາະສົມ ແລະ ປອດໄພ!

ໂພດຂໍ້ຄວາມລົງເຟສບຸກ! ກຳນົດຄ່າແບບໃດໃຫ້ເໝາະສົມ ແລະ ປອດໄພ!



ມື້ນີ້ທີມງານປະກາດ ຈະນຳເອົາຄວາມຮູ້ເລັກໆນ້ອຍໆ ທີ່ຫຼາຍຄົນອາດຈະຮູ້ແລ້ວ ຫຼື ກໍ່ມີຫຼາຍຄົນທີ່ອາດຍັງບໍ່ທັນເຄີຍໃຊ້. ມີບາງຄົນໂພດຂໍ້ຄວາມລົງໄປ ແລ້ວສົ່ງໃຫ້ຄົນອື່ນ ທີ່ຍັງບໍ່ທັນເປັນເພື່ອນກັນ ແຕ່ຂໍ້ຄວາມທີ່ແຊລິ້ງໄປພັດວ່າອ່ານບໍ່ໄດ້,​ ມັນເປັນຍ້ອນຫຍັງ?

ເນື່ອງຈາກ ເຟສບຸກ ເປັນຫ່ວງໃນເລື່ອງຄວາມເປັນສ່ວນຕົວ ຈິ່ງໄດ້ມີເຄື່ອງມືໃນການກຳນົດ ການເຫັນ ຂອງຂໍ້ຄວາມທີ່ທ່ານຈະໂພດລົງເຟສບຸກຂອງທ່ານ. ເຊິ່ງທ່ານສາມາດເລືອກໄດ້ ຢູ່ທີ່ປຸມຂ້າງໆ ປຸ່ມ Post ເຊິ່ງຈະມີຄວາມໝາຍ ດັ່ງນີ້.





1. ປຸ່ມທຳອິດ ທີ່ເປັນຮູບໜ່ວຍໂລກ ທີ່ສະແດງເປັນ ສາທາລະນະ Public ເປັນການຕັ້ງຄ່າໃຫ້ທຸກຄົນທີ່ ຫຼິ້ນເຟສບຸກ ສາມາດເຫັນຂໍ້ຄວາມທີ່ທ່ານໂພສລົງ. ການເລືອກການໂພດ ເປັນສາທາລະນະ ແມ່ນເໝາະສົມກັບເລື່ອງລາວ ທີ່ທ່ານຢາກຈະບອກໃຫ້ຄົນທົ່ວໂລກໄດ້ຮູ້ ຫຼື ເປັນເລື່ອງລາວ ທີ່ຢາກຈະແຊໃຫ້ຫຼາຍຄົນໄດ້ຮູ້ໄດ້ເຫັນ.

2. ປຸ່ມທັດລົງມາ ແມ່ນ ມີຮູບຄົນສອງຄົນ ແມ່ນ ເພື່ອນ Friends ຈະເປັນການກຳນົດ ໃຫ້ສະເພາະ ຄົນທີ່ເປັນເພື່ອນທາງເຟສບຸກ ເທົ່ານັ້ນ ຈະເຫັນຂໍ້ຄວາມນີ້. ໝາຍຄວາມວ່າ ຖ້າບຸກຄົນອື່ນ ທີ່ບໍ່ເປັນເພື່ອນ ກໍ່ຈະບໍ່ສາມາດເຫັນໄດ້. ໃນຂໍ້ກຳນົດນີ້ ຍັງສາມາດເລືອກ ໃຫ້ເພື່ອນ ທີ່ເປັນ ເພື່ອນ ຂອງເພື່ອນເຫັນນຳໄດ້, ໂດຍເລືອກ ຮູບເພືອນທີ່ມີຮູບຄົນ 3 ຄົນ. ໝາຍຄວາມວ່າ ເຖິງວ່າ ບຸກຄົນທີ່ 3 ຈະບໍ່ແມ່ນເພື່ອນຂອງເຮົາ, ແຕ່ຖ້າເປັນເພື່ອນຂອງເພື່ອນ ທີ່ເປັນເພື່ອນເຮົາ ກໍ່ຈະສາມາດເຫັນໄດ້.

3. ຖ້າຕ້ອງການບໍ່ຢາກໃຫ້ເພື່ອນຄົນໃດໜື່ງເຫັນ ສາມາດເລືອກໂຕທີ່ 3 ນີ້ (Friend Except...), ເພາະວ່າ ເປີດໃຫ້ທຸກຄົນທີ່ເປັນເພື່ອນທາງເຟສບຸກ, ແຕ່ບັງເອີນເຮົາບໍ່ຢາກໃຫ້ບຸກຄົນໃດໜື່ງເຫັນ ກໍ່ສາມາດ ເລືອກທີ່ຈະບ໋ອກບໍ່ໃຫ້ເຫັນໄດ້.

4. ບາດນີ້, ຖ້າຕ້ອງການໃຫ້ແຕ່ບາງຄົນເຫັນ ໂພດຂອງເຮົາ ໃຫ້ເລືອກໂຕນີ້ (ລະບຸເພື່ອນ Specific Friends) ຄືຈະເລືອກ ໃຫ້ແຕ່ບຸກຄົນນີ້ເທົ່ານັ້ນເຫັນໂພດດັ່ງກ່າວ. ເໝາະສຳລັບການລົມກັບເປັນສ່ວນຕົວກັບຄົນໃດໜຶ່ງ ຫຼື ກຸ່ມຄົນໃດໜື່ງ.

5. ອັນທີ 5 ແມ່ນເລືອກ ສ່ວນຕົວ Only Me ສະເພາະຂ້ອຍ, ໝາຍຄວາມວ່າບໍ່ມີໃຜສາມາດເຫັນໂພດນີ້ໄດ້. ມີແຕ່ເຈົ້າຂອງເຟສ. ເໝາະສຳລັບຂໍ້ຄວາມ, ຮູບ ຫຼື ວິດີໂອ ທີ່ຢາກເກັບໄວ້ເບິ່ງຄົນດຽວ.

6. ນອກນີ້, ຍັງສາມາດກຳນົດຕາມໃຈ ໂດຍເລືອກ Custom ກຳນົດເອງ ເຊິ່ງກໍ່ມີໃຫ້ເລືອກຫຼາກຫຼາຍ ເຊັ່ນວ່າ: ໃຫ້ເຫັນສະເພາະ ຄົນໃນຄອບຄົວ, ເພື່ອນຮ່ວມງານ ແລະອື່ນໆ


ຫວັງເປັນຢ່າງຍິ່ງ ຄວາມຮູ້ນີ້ຈະຊ່ວຍໃຫ້ທ່ານສາມາດກຳນົດການໂພດທາງເຟສຂອງທ່ານໄດ້ຢ່າງເໝາະສົມ.

________
ປະກາດ ຮ່ວມສ້າງຄວາມສຸກສູ່ສັງຄົມລາວ




Post Bottom Ad