ມາຮູ້ຈັກຊົນເຜົ່າຜູ້ນ້ອຍ ໂດຍສັງເຂບ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ມາຮູ້ຈັກຊົນເຜົ່າຜູ້ນ້ອຍ ໂດຍສັງເຂບ

ຊົນເຜົ່າຜູ້ນ້ອຍ ເມື່ອຮ້ອຍກວ່າປີກ່ອນ,ເຊິ່ງມີວັດທະນະທັມການແຕ່ງກາຍ ທີ່ເປັນເອກະລັກສະເພາະຕົນຍິ່ງ

ຊົນເຜົ່າຜູ້ນ້ອຍ
"ຊົນເຜົ່າຜູ້ນ້ອຍ" ເດີມ ມີພູມລຳເນົາຢູ່ປະເທດມົງໂກລີ ຕໍ່ມາໄດ້ມີການເຄື່ອນຍ້າຍຖິ່ນຖານຜ່ານສາຍພູທິເບດ(ຊາຍແດນຈີນ-ມຽນມາ)ແລ້ວກໍ່ເຂົ້າມາສູ່ແດນລາວ ໂດຍເລີ່ມຕັ້ງຫຼັກປັກຖານທີ່ແຂວງຜົ້ງສາລີເປັນເຄົ້າ(ຣາວຄາວ໒.໐໐໐ປີກ່ອນ) ເມື່ອພົນລະເມືອງໃນກົກເຫຼົ່າມາກຫຼາຍ ກໍ່ໄດ້ມີການກະແຈກກະຈາຍພົນລະເຮືອນ ໄປຕາມຖິ່ນຖານແຂວງອື່ນໃນລາວເຮົາເຊັ່ນ: ແຂວງຫຼວງພຼະບາງ,ແຂວງອຸດົມໄຊ,ແຂວງຫຼວງນ້ຳທາ,ແຂວງຫົວພັນ ແລະ ແຂວງຊຽງຂວາງ ເປັນຕົ້ນ...

-ຊົນເຜົ່າຜູ້ນ້ອຍ ເປັນຊົນເຜົ່າໜຶ່ງຂອງລາວ ທີ່ມີປະຊາກອນໜ້ອຍທີ່ສຸດ.
-ແຕ່ເດີມແມ່ນນັບຖືສາສະໜາຜີ ແລ້ວຈິ່ງຄ່ອຍປ່ຽນມາຖືສາສະໜາພຸດເປັນກ້າວໆ ຕາມກະແສສັງຄົມ.

ຕາມຮີດຂອງຊົນເຜົ່າ
1.ເມື່ອຜູ້ຊາຍ ອາຍຸ໒໐-໒໒ປີ,ແມ່ຍິງ ອາຍຸ໑໗-໑໘ປີ ສາມາດສ້າງຄອບຄົວໃໝ່ໄດ້.
2.ກຸນລະບຸດ ກຸນລະທິດາ ກໍດີ ຈະຕ້ອງຟັງຄວາມພໍ່ແມ່
3.ຄົນທີ່ຖືຜີໃນຕະກຸນດຽວກັນ ແມ່ນບໍ່ສາມາດກ່ຽວດອງກັນໄດ້ເຊັ່ນ: ພີ່ນ້ອງຮ່ວມໃສ້ເອົາກັນບໍ່ໄດ້,ລູກອ້າຍລູກນ້ອງ ເອົາກັນບໍ່ໄດ້,ຕະກຸນໜຶ່ງ ສາມາດສົມຣົດກັບອີກຕະກຸນໜຶ່ງ ໄດ້ພຽງໜຶ່ງຄູ່ເທົ່ານັ້ນ ຫ້າມຄົນໃນຕະກຸນອ້າຍນ້ອງດຽວກັນ ກ່ຽວດອງກັບຕະກຸນພີ່ເອື້ອຍ,ພີ່ອ້າຍ,ນ້ອງໃພ້ ໂດຍເດັດຂາດ.

ບົດເພງ ເຜົ່າຜູ້ນ້ອຍ ເຊີນຮັບຊົມໄດ້!


ຂອບໃຈຂໍ້ມູນຈາກ: ແຂວງຜົ້ງສາລີ ເມືອງເໜື່ອ Phongsaly Province Northern 
________
ປະກາດ ຮ່ວມສ້າງຄວາມສຸກສູ່ສັງຄົມລາວ





Post Bottom Ad