ພະນະທ່ານ ບຸນຍັງ ວໍລະຈິດຍົກໃຫ້ເຫັນຂ່າວສານມີຄວາມສໍາຄັນຕໍ່ການພັດທະນາປະເທດຢ່າງພາວະວິໄສ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ພະນະທ່ານ ບຸນຍັງ ວໍລະຈິດຍົກໃຫ້ເຫັນຂ່າວສານມີຄວາມສໍາຄັນຕໍ່ການພັດທະນາປະເທດຢ່າງພາວະວິໄສ


ພະນະທ່ານ ບຸນຍັງ ວໍລະຈິດ ຍົກໃຫ້ເຫັນຂ່າວສານມີຄວາມສໍາຄັນຕໍ່ການພັດທະນາປະເທດຢ່າງພາວະວິໄສ
------------------------------------------------
ຂປລ. ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ, ປະທານປະເທດແຫ່ງ ສປປ ລາວໂອ້ລົມຕໍ່ພະນັກງການນໍາຫລັກແຫລ່ງຢູ່ແຂວງວຽງຈັນໃນວັນທີ 22 ພະຈິກ 2016 ໂດຍຍົກໃຫ້ເຫັນບາງບັນຫາ ແລະ ແບບແຜນວິທີເຮັດວຽກໃໝ່ວ່າ: ຈຸດພິເສດພື້ນຖານຂອງແຜນເຮັດວຽກງານແບບໃໝ່ແມ່ນຄວາມເປັນອັນໜຶ່ງດຽວກັນລະຫວ່າງທິດສະດີກັບພຶດຕິກໍາຕົວຈິງ, ລະຫວ່າງຄວາມເວົ້າກັບການກະທໍາ, ເຮັດຢ່າງມີຜົນຕົວຈິງ. ແບບແຜນເຮັດວຽກແບບໃໝ່ມັນເລັ່ງທວງໃຫ້ພະນັກງານທຸກຄົນເປັນຕົ້ນແມ່ນພະນັກງານນໍາພາ ແລະ ຄຸ້ມຄອງທີ່ເປັນຫົວຈັກຫລັກແຫລ່ງຕ້ອງກໍາແໜ້ນທິດສະດີມາກ-ເລນິນເພາະວ່າຖ້າບໍ່ມີທິດສະດີປະຕິວັດແລ້ວກໍບໍ່ມີຂະບວນການປະຕິວັດ, ແຕ່ຖ້າຖືເອົາທິດສະດີເປັນຫລັກຕໍາລາອັນແຂງກະດ້າງ ແລະ ຕໍາພີນັ້ນແມ່ນບໍ່ໄດ້, ຫາກຖືມັນເປັນເຂັມທິດໃຫ້ແກ່ທຸກການກະທໍາ.

ແນວໃດກໍດີ ແບບແຜນເຮັດວຽກແບບໃໝ່ນີ້ຍັງໄດ້ເລັ່ງທວງໃຫ້ພະນັກງານຕ້ອງກໍາສະພາບການຕົວຈິງຢ່າງເລິກເຊິ່ງ ຢາກໄດ້ແນວນັ້ນຈະຕ້ອງສ້າງລະບົບຂ່າວສານຂຶ້ນ ອັນແນ່ໃສ່ສະໜອງຂ່າວສານຕ່າງໆໃຫ້ແກ່ການນໍາຢ່າງໄວວາຊັດເຈນ, ອະທິບາຍໃຫ້ເຫັນເຖິງທາດແທ້ຂອງປະກົດການ ໜຶ່ງໃນບັນດາຂ່າວສານເລົ່ານັ້ນແມ່ນການຊອກໃຫ້ເຫັນ ແລະ ວິໄຈໃຈ້ແຍກບັນດາແບບຢ່າງນໍາໜ້າ, ບັນດາຮູບຈໍາລອງໃໝ່, ບັນດາປັດໃຈໃໝ່ຢ່າງທັນການເພື່ອຖອດຖອນບົດຮຽນແລ້ວນໍາເອົາໄປເຜີຍແຜ່ອອກຢ່າງກວ້າງຂວາງ, ມີແຕ່ເຮັດວຽກງານຂ່າວສານໄດ້ເທົ່ານັ້ນຈຶ່ງສາມາດເສີມຂະຫຍາຍລັກສະນະປະດິດສ້າງຂອງຮາກຖານ ແລະ ຂອງມະຫາຊົນໄດ້, ຈຶ່ງຈະສາມາດຕ້ານແນວຄິດຮັກສາເດີມ ແລະ ໜ່ວງໜ່ຽວໄດ້, ຈຶ່ງຈະເຮັດໃຫ້ທິດສະດີຕິດພັນກັບພຶດຕິກໍາ ຈາກນັ້ນຈຶ່ງຈະມີຈິນຕະນາການໃໝ່ ແລະ ຫົວຄິດປະດິດສ້າງ. ສໍາລັບຜູ້ສັງລວບລວມເກັບກໍານໍາໃຊ້ຂ່າວສານນັ້ນກໍຕ້ອງພາວະວິໃສທີ່ສຸດ, ຫລີກເວັ້ນການຢາກຟັງແຕ່ຂ່າວສານອັນໃດເໝາະກັບການສັງເກດຕີລາຄາຂອງຕົນ ຫລືວ່າ ສົ່ງຂ່າວສານທີ່ເໝາະກັບຄວາມມັກຂອງຂັ້ນເທີງຂອງຕົນໂດຍປາສະຈາກມູນຄວາມຈິງ. ເລນິນເຄີຍໄດ້ເວົ້າວ່າ: “ ບັນຫາປະໂຫຍກຄວາມເວົ້າອັນປອມແປງ ແລະ ຄໍາຂີ້ຄຸຍເວົ້າໂຍກເປັນການເຊື່ອມທາດດ້ານຈິດໃຈ ແລະ ເປັນສິ່ງຄໍ້າປະກັນອັນແນ່ນອນໃຫ້ແກ່ການເຊື່ອມທາດດ້ານເມືອງ”. ຕອ້ງເອົາໃຈໃສ່ສົ່ງເສີມບັນດາການຈັດຕັ້ງ ແລະ ສ່ວນບຸກຄົນດໍາເນີນການລາຍງານດ້ວຍຄວາມຊື່ສັດ, ຍົກໃຫ້ເຫັນມູນຄວາມຈິງ, ຕ້ອງເກັບກໍາຫາງສຽງ ແລະ ຄວາມເຫັນຂອງປະຊາຊົນທຸກຊັ້ນຄົນຢ່າງເປັນປະຈໍາຕໍ່ແນວທາງນະໂຍບາຍຂອງພັກ. ແບບແຜນເຮັດວຽກແບບໃໝ່ຍັງເລັ່ງທວງໃຫ້ມີຈິດໃຈກ້າຄິດ, ກ້າເຮັດ ແລະ ເຮັດຢ່າງມີຜົນຕົວຈິງ. ຕ້ອງປະຖິ້ມເທົ່າທີ່ຈະປະຖິ້ມໄດ້ກ່ຽວກັບການປັບປຸງປົວແປງແບບແຜນລວມໆ, ຕ້ອງວາງໃຫ້ຫລາຍເທົ່າທີ່ຈະຫລາຍໄດ້ກ່ຽວກັບບັນດາມາດຕະການ, ວິທີການ, ແບບວິທີເຮັດວຽກ, ຄວາມຄິດຄວາມຊີ້ແນະທີ່ມີຜົນຕົວຈິງ. ຄວາມຮຽກຮ້ອງຕ້ອງການສໍາລັບຜູ້ນໍາແມ່ນຕ້ອງມີມັນສະໝອງທີ່ແທດຕົວຈິງ ເຊິ່ງອັນນັ້ນ ບໍ່ສະເພາະແຕ່ສະແດງອອກໃນຄວາມຫ່ວງໃຍເຖິງວຽກໃຫຍ່, ມີສາຍຕາເຫັນກວ້າງເບິ່ງໄກ, ຄາດກະກ່ຽວກັບອະນາຄົດ, ຊອກໃຫ້ເຫັນເສັ້ນທາງ ແລະ ມາດຕະການຕ່າງໆທີ່ຖືກຕ້ອງກວ່າໝູ່ເພື່ອແກ້ໄຂບັນຫາທີ່ີພວມເກີດຂຶ້ນໃຫ້ມີປະສິດທິຜົນເທົ່ານັ້ນ ແຕ່ຕ້ອງສະແດງອອກໃນຄວາມເປັນຫ່ວງເປັນໄຍເຖິງການແກ້ໄຂບັນຫາລະອຽດ, ມາດຕະການລະອຽດທີ່ມີປະສິດທິຜົນອັນລະອຽດອີກດ້ວຍ.

ພາບແລະຂ່າວ: ເກີດຂວັນໃຈ ຂປລ

Post Bottom Ad