ມີໝູ່ເປັນແກ໋ງ ບິກໄບ້! - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ມີໝູ່ເປັນແກ໋ງ ບິກໄບ້!



ແປຈາກ:​ Secret Magazine (Thailand)

ເລື່ອງລາວນີ້ ເກີດຂຶ້ນເມື່ອປີກ່ອນ, ຈະເລົ່າກ່ຽວກັບ ທ້າວ Sean Maehrer ທີ່ເປັນໂລກ ດາວຊິນໂດຣມ, ຜູ້ກ່ຽວກຽມຈະຂຶ້ນຮຽນ ມັດທະຍົມຕອນປາຍ ຢູ່ໂຮງຮຽນແຫ່ງໃໝ່ ທີ່ເມືອງ ເພນຊິວເວເນຍ. ຜູ້ເປັນແມ່ນຂອງ ທ້າວຊຽນ ແມ່ນເປັນຫ່ວງລູກຊາຍ ເພາະວ່າ ຢ້ານໝູ່ເວົ້າລໍ້ ແລະ ກວນລາວ. ແມ່ນຂອງທ້າວຊຽນ ຈິ່ງໄດ້ຂຽນຄວາມຮູ້ສຶກນີ້ລົງເຟສບຸກຂອງລາວ.

ພໍມາຮອດ ວັນທີ 1 ກັນຍາ ປີກ່ອນ, ເປັນວັນເປີດຮຽນມື້ທຳອິດ, ກໍ່ມີບັນດານັກຂີ່ລົດບິກໄບ້ ສັກລາຍ ໜວດຍາວ, ໃສ່ແຈັກເກັດໜັງ ຫຼາຍຄົນຂີ່ລົດ ມາເຕົ້າໂຮມທີ່ໜ້າບ້ານ ຂອງທ້າວຊຽນ.


ພໍແຕ່ແມ່ແລະທ້າວຊຽນອອກມາເຫັນແບບນັ້ນກໍ່ ຮູ້ສຶກປະຫຼາດໃຈ! ເພາະແກ໋ງບິກໄບ້ນີ້ ຕັ້ງໃຈມາເປັນກຳລັງໃຈ ແລະ ຈະພາທ້າວຊຽນ ໄປສົ່ງໂຮງຮຽນ ທັງຍັງມອບເສື້ອ ແລະ ຂອງແກ໋ງ ໃຫ້ທ້າວຊຽນ ໂດຍ ມີຂໍຄວາມຂຽນໄວ ເສື້ອດ້ານຂວາວ່າ WE SUPPORT OUR TROOPS ແປວ່າ ພວກເຮົາສະໜັບສະໜູນກອງທັບພວກເຮົາ (ຫຼືເວົ້າງ່າຍໆ ແມ່ນທ້າວຊຽນ ຄືສະມາຊິກ ຂອງແກ໋ງບິກໄບ້ດັ່ງກ່າວ)

ການກະທຳຂອງແກ໋ງບິກໄບ້ນີ້ ເປັນການສົ່ງສັນຍານເຕືອນ ແກ່ບັນດາໄວລຸ່ນ ທີ່ໂຮງຮຽນດັ່ງກ່າວວ່າ ຢ່າໄດ້ໄປອໍ້ແອ້ ຫຼື ກວນ ທ້າວຊຽນ ເພາະລາວເປັນສະມາຊິກ ຂອງແກ໋ງບິກໄບ້.

ທີ່ຈິ່ງແລ້ວ ແກ໋ງບິກໄບ້ ເຫຼົ່ານີ້ ບໍ່ໄດ້ເປັນນັກເລງ ແຕ່ພວກເຂົາຮັກມັກ ໃນການແຕ່ງກາຍແບບເບິ່ງແລ້ວ ຄືວ່າໂຫດໆ, ແຕ່ວ່າຈິດໃຈຂອງພວກເຂົາແມ່ນດີງາມ ແລະ ຈະຊ່ວຍປົກປ້ອງຜູ້ທີ່ອ່ອນແອ.

ທີ່ມາພາບ: Shawn Gaffney

Post Bottom Ad