ຜົນດີຂອງການນອນເດີກ!!! - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ຜົນດີຂອງການນອນເດີກ!!!


ກ່ອນຈະໄປເວົ້າເລື່ອງຜົນດີ ແລະ ຜົນເສຍຂອງການນອນເດີກ ພວກເຮົາມາຮູ້ ແລະ ເຂົ້າໃຈກ່ອນວ່າ ນອນເດີກ ແມ່ນກຳນົດ ຈັກໂມງຂຶ້ນໄປ ແລະ ການນອນໃຫ້ໄດ້ຄຸນນະພາບ ຕ້ອງນອນຈັກຊົ່ວໂມງ.

ພວກເຮົາຕ່າງກໍ່ຮູ້ກັນດີແລ້ວວ່າ ການນອນທີ່ດີ ຄືຕ້ອງນອນໃຫ້ໄດ້ 8 ຊົ່ວໂມງ ຫຼື 1/3 ຂອງແຕ່ລະວັນ. ເພາະການນອນໄດ້ດີ ຈະຊ່ວຍໃຫ້ທ່ານພັກຜ່ອນໄດ້ເຕັມທີ່ ເພື່ອຈະໄດ້ມີແຮງທີ່ຈະສູ້ຕໍ່ໄປ ກັບ 2/3 ຫຼື 16 ຊົ່ວໂມງ ຂອງແຕ່ລະມື້. ແຕ່ໃນຊີວິດຕົວຈິງຫຼາຍຄົນກໍ່ອາດເຮັດບໍ່ໄດ້ ໂດຍສະເພາະ ຄົນທີ່ຢູ່ໃນເມືອງ ທີ່ຕ້ອງເຮັດວຽກ ແບບບາງເທືອກະນອນພຽງ 3-6 ຊົ່ວໂມງຕໍ່ວັນເທົ່ານັ້ນ.

ຄວາມສຳຄັນຂອງການນອນຄືການພັກຜ່ອນສາຍຕາ ແລະ ສະໝອງ. ກ່ອນອື່ນ, ມາເບິ່ງຮູູບແບບຂອງການນອນມີແບບໃດແດ່? ຈາກຂໍ້ມູນຜ່ານເວບໄຊ Medical Daily ໃຫ້ຮູ້ວ່າ ການນອນຖືເປັນສິ່ງສຳຄັນ ເພາະມັນເປັນການປ່ຽນເວນກັນລະຫວ່າງ Rapid Eye Movement (REM) ແປລາວແມ່ນ ການເຄື່ອນໄຫວຂອງຕາແບບໄວ ແລະ Non-Rapid Eye Movement (Non-REM) ການເຄື່ອນໄຫວຂອງຕາແບບຊ້າ. ໃນເວລາທີ່ເຮົານອນແບບ REM, ຄວາມຈຳ ແລະ ແນວຄິດຈາກຕອນເວັນ ຈະຖືກປະມວນຜົນ ແລະ ຕອນນີ້ຈະເຮັດໃຫ້ເຮົາເກີດມີຄວາມຝັນເກີດຂຶ້ນ. ຈາກນັ້ນ, ໃນຕອນນອນໄລຍະຂອງ Non-REM ຈະມີຂະບວນການ ຊ້ອມແຊມຕ່າງໆເກີດຂຶ້ນ. ພ້ອມນີ້ ຕອນໄລຍະຂອງ ການນອນຫຼັບແຈບໆ ທີ່ຮຽກວ່າ Deepest phase of non-REM  sleep (slow-wave sleep) ສະໝອງຈະຈັດການຄວາມຈື່ຈຳ ບັນດາກິດຈະກຳຕ່າງໆ ໃນຕອນກາງເວັນຜ່ານມາ. ເວົ້າງ່າຍໆ ແມ່ນການເຮັດໃຫ້ໝອງວ່າງເປົ່າ ແລະ ພ້ອມດຽວກໍ່ມີການລັ່ງຮໍໂມນຕ່າງໆ ທີ່ຈະຊ່ວຍໃຫ້ຮ່າງກາຍມີການສ້ອມແຊມຕົນເອງ ຈາກຜົນກະທົບ ແລະ ຜົນເສຍຕອນກາງເວັນ.

ພາຍຫຼັງທີ່ທ່ານເຫງົານອນ, ທ່ານຈະນອນແບບ Non-REM ປະມານ 90 ນາທີ ຈາກນັ້ນຕາມດ້ວຍ ການນອນແບບ REM . ແລະ ພວກມັນກໍ່ຈະສະຫຼັບກັນໄປມາ ແບບນີ້ ເຊິ່ງຂະບວນການນີ້ ຈະເຮັດຂຶ້ນໂດຍບໍ່ໄດ້ສົນວ່າ ທ່ານກຳລັງຈະນອນຢູ່ເທີງຕຽງ ຫຼື ບໍ່ກໍ່ຕາມ (ປະມານເວລາ 23:00-03:00 ນີ້ແມ່ນໄລຍະທີ 1 ຂອງການນອນ).  ໃນໄລຍະທີ 2 ແມ່ນແຕ່ເວລາ 03:00-07:00, ວິທີການແມ່ນຈະປ່ຽນໄປຈາກ ການສັບປ່ຽນແບບຂອງການນອນ ແຕ່ ພວກມັນຈະລວມເຂົ້າກັນ ເຊິ່ງຈະເປັນການນອນແບບ REM ກັບ Non-REM ທີ່ເປັນແບບອ່ອນກ່ວາ ໄລຍະທຳອິດ. ສະນັ້ນ, ຈິ່ງເຫນໄດ້ວ່າ ການນອນໃນໄລຍະເວລາ 23:00-07:00 ຈະມີຄວາມສຳຄັນ ແລະ ຫາກວ່າທ່ານໃດ ທີ່ວາງແຜນນອນໃຫ້ໄດ້ 8 ຊົ່ວໂມງ ຈະດີທີ່ສຸດ.

ຫົວຂໍ້ຂຽນວ່າ ຜົນດີຂອງການນອນເດີກ, ທີ່ຈິ່ງແລ້ວ ຈຸດປະສົງຈະໃຫ້ຮູ້ຜົນເສຍຫາຍ ທີ່ສາມາດເກີດຈາກການນອນເດີກ ປະກອບມີດັ່ງນີ້:

1. ໂລກນອນບໍ່ຫຼັບ Insomnia:
ຖ້າໃຜມີພຶດຕິກຳຕໍ່ເນືອງໃນການນອນຫຼັງຈາກທ່ຽງຄືນ ເລື່ອຍໆ ກໍ່ຈະເຮັດໃຫ້ຮ່າງກາຍປັບສະພາບ, ແລະ ຂັດກັບຄວາມເປັນທຳມະຊາດ ທີ່ຈະຕ້ອງນອນກ່ອນເດີກ ຄືປະມານ 21:00 ຫຼື 22:00 ແມ່ນດີທີ່ສຸດ. ໂອກາດທີ່ຈະເປັນໂລກນອນບໍ່ຫຼັບ ແມ່ນຈະມີສູງ. ສະນັ້ນ, ຈິ່ງເຫັນວ່າ ຖ້າເຮົານອນຫຼັງທ່ຽງຄືນທຸກມື້, ເວລາຈະໄປນອນຕອນ 21:00 ຫຼື 22:00 ແມ່ນຈະນອນບໍ່ຫຼັບ, ຕາຈະຄ້າງຢູ່.

2. ພາໃຫ້ເກີດອຸບັດຕິເຫດ Accident:
ການນອນບໍ່ພຽງພໍ ຈະເຮັດໃຫ້ການເຮັດວຽກງານມີຂໍ້ຜິດພາດ ແລະ ບໍ່ມີປະສິດທິພາບເທົ່າທີ່ຄວນ ພ້ອມທັງກໍ່ໃຫ້ເກີດອຸບັດຕິເຫດ.  ເຊິ່ງບາງຄັ້ງກໍເກີດເຫດການ ຫຼັບໃນ. ສະນັ້ນ, ຜູ້ທີ່ຂີ່ລົດ ແລະ ອົດຫຼັບອົດນອນ ຈິ່ງມັກພາໃຫ້ເກີດອຸບັດຕິເຫດ ທີ່ພວກເຮົາມັກເວົ້າເລື້ອຍໆ ວ່າຂີ່ລົດຫຼັບໃນ.

3. ຜົນກະທົບຕໍ່ ລະບົບພູມຄຸ້ມກັນ Immune Response
ການນອນເດີກ ແລະ ນອນບໍ່ພຽງພໍ ຈະສົ່ງຜົນຕໍ່ລະບົບພູມຄຸ້ມກັນ ເຮັດໃຫ້ຕອບສະໜອງຊ້າ. ຈາກການສຶກສາ ແລະ ທົດລອງ, ການນອນເດີກ ແລະ ນອນ ຕ່ຳກວ່າ 6 ຊົ່ວໂມງ ແມ່ນສົ່ງຜົນ ເຮັດໃຫ້ລະບົບພູມຄຸ້ມກັນລຸດລົງ.

4. ສ່ຽງຕໍ່ການເປັນໂລກຫົວໃຈ ແລະ ພະຍາດຫຼອດເລືອດ Cardiovascular Risks
ການນອນບໍ່ພຽງພໍ ແລະ ນອນເດີກ ສົ່ງຜົນໂດຍກົງ ແລະ ເພີ່ມຄວາມສ່ຽງຂອງການເກີດໂລກຫົວໃຈ ແລະ ພະຍາດຫຼອດເລືອດຕີບຕັນ.  ເຊິ່ງຜົນກະທົບນີ້ ໄດ້ຮັບການຢືນຢັນ ຈາກແພດມາແລ້ວ.

5. ມະເຮັງ Cancer
ໄດ້ມີການສຶກສາ ຍິງຊາວຍີປຸ່ນ 23,995 ຄົນ ໂດຍໃຫ້ນອນໜ້ອຍ ຫຼຸດ 6 ຊົ່ວໂມງຕໍ່ຄືນ, ຜົນປະກົດວ່າ ມັນສົ່ງຜົນ ແລະ ມີຄວາມສ່ຽງຂອງການເກີດມະເຮັງເຕົ້ານົມ ຫຼາຍຂຶ້ນ ເມື່ອທຽບກັບ ຜູ້ຍິງທີ່ນອນ 7 ຊົ່ວໂມງຂຶ້ນໄປ.

6. ພະຍາດຕຸ້ຍ Obesity
ໄດ້ມີການທົດລອງກັບ ອາສາສະໝັກ 1,024 ຄົນ ໄດ້ໃຫ້ຜົນອອກມາວ່າ ການນອນເດີກ ແລະ ນອນບໍ່ເຕັມເວລາ ເຮັດໃຫ້ມີການລັ່ງຮໍໂມນ ເຮັດໃຫ້ຢາກອາຫານຫຼາຍຂຶ້ນ. ສະນັ້ນ, ກໍ່ຈະເກີດຄວາມສ່ຽງໃຫ້ເກີດພະຍາດຕຸ້ຍໄດ້

ເຖິງຢ່າງໃດກໍ່ດີ, ຜົນກະທົບຂອງການນອນເດີກນີ້ ມັນຈະເປັນລັກສະນະສະສົມ, ສະນັ້ນ, ພວກເຮົາບໍ່ຄວນຈະນອນເດີກຕໍ່ເນື່ອງ ແລະ ຖ້າຫຼີກລ້ຽງໄດ້ກໍ່ຈະດີທີ່ສຸດ.

ທີ່ມາ: medicaldaily.com

Post Bottom Ad