ເວວມ້າມືດຕົວຈິງ ດັບຝັນ ເບວຢ້ຽມ ເຂົ້າຮອງຮອງ EURO 2016 ພົບກັບ ໂປຕຸເກດ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ເວວມ້າມືດຕົວຈິງ ດັບຝັນ ເບວຢ້ຽມ ເຂົ້າຮອງຮອງ EURO 2016 ພົບກັບ ໂປຕຸເກດ


ເປັນການແຂ່ງຂັນ ບານ EURO 2016 ທີ່ດຸດເດືອດ ຕັ້ງແຕ່ເປີດສະໜາມ ລະຫວ່າງ ທີມຊາດ ເວວ ແລະ ເບວຢ້ຽມ. ບອກເລີຍວ່າໃຜທີ່ນັ່ງຊົມ ຄຸ່ນີ້ ແມ່ນໄດ້ລຸ້ນ ທຸກນາທີ.

ເຕະໄດ້  13 ນາທີ ທີມຊາດ ເບວຢ້ຽມ ໄດ້ເຮ ນຳໄປກ່ອນ ຈາກລູກສັບໄກ ຂອງ R. Nainggolan, ຈາກນັ້ນ, ເວວ ກໍ່ບຸກໜັກ ມາໄດ້ຄືນ ດ້ວຍລຸກ ເປີດຈາກປີກຂວາ ເຂົ້າມາ ແລ້ວສັບດ້ວຍຫົວ ເຂົ້າປະຕູໄປ ໃນນາທີທີ່ 31. ໝົດເວລາຕ໋ອງທຳອິດຈາວກັນ 1-1.

ເຂົ້າມາຕ໋ອງທີສອງ ເບວຢ້ຽມ ເປີດມັດສົກເຕັມທີ ແຕ່ກໍ່ໄດ້ແຕ່ວຸດວິດ,​ ແຕ່ສຸດທ້າຍ ມາຖືກ ເວວ ຍິງນຳໄປອີກ 2-1 ໃນນາທີ 55 ໂດຍ H. Robson-Kanu. ເກມແຮງດຸດເດືອດ ບຸກກັນໄປບຸກກັນມາ, ກ່ອນຈະໝົດເວລາ ພຽງ 4 ນາທີ ທີມຊາດເວວ ມາຍັດອີກລູກ ເປັນການຢ້ຳໄຊຊະນະ ໃນນາທີ 86 ໂດຍ S. Vokes

ເປັນວ່າ ມ້າມືດຕົວຈິງ ຄືທີມຊາດເວວ ໃນສຶກ EURO 2016 ທີ່ເຂົ້າໄປພົບກັບ ໂປຕູເກດ ໃນຮອບຮອງຊະນະເລີດ.

ເບິ່ງໄຮໄລ້ຂອງນັດດັ່ງກ່າວເລີຍ...

Post Bottom Ad