ວິທີລ້າງໜ້າ ໃຫ້ສະອາດໃສ 😘 - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ວິທີລ້າງໜ້າ ໃຫ້ສະອາດໃສ 😘


 ວິທີລ້າງໜ້າ ໃຫ້ສະອາດໃສ 😘
ໜ້າໃສ ໃຜໆກໍ່ມັກ ການລ້າງໜ້າທີ່ຖືກຕ້ອງ ແມ່ນຈຳເປັນສຳຫຼັບສາວໆ ຫລື ຫນຸ່ມໆຜູ້ທີ່ມັກຮັກສາເລື່ອງຜິວພັນເທິງໃບໜ້າ 💁

⭐️ ໃຊ້ນ້ຳອຸ່ນໃນການລ້າງຈະເຫມາະສົມທີ່ສຸດ ເພາະນ້ຳຮ້ອນທີ່ມີອຸນຫະພູມສູງເກີນໄປຈະເຮັດໃຫ້ຮູຂຸມ ຂົນຂະຫຍາຍ ສິ່ງສົກກະປົກຈະເຂົ້າໄປງ່າຍ ແລະ ເປັນສາເຫດເຮັດໃຫ້ຫນ້າແຫ່ວໄວ ທັງຈະເຮັດໃຫ້ເກີດຝ້າ ແລະ ເຊວຜິວເຊື່ອມສະພາບໄວຂຶ້ນ , ກົງກັນຂ້າມບໍ່ຄວນໃຊ້ນ້ຳເຢັນລ້າງໜ້າ ເພາະຈະເຮັດໃຫ້ຮູຂຸມຂົນຫົດໂຕ ສິ່ງສົກກະປົກກໍ່ຈະອອກຍາກ ລວມທັງຄາບສະບູອາດຍັງຫລົງເຫລືອດເທິງໃບຫນ້ານຳອີກ.

⭐️⭐️ ໃຊ້ມືຖູສະບູຫຼືໂຟມໃຫ້ເກີດຟອງກ່ອນແລ້ວຈຶ່ງພອກລົງໃສ່ໃບໜ້າ ແລະ ນິ້ວມືກໍ່ບໍ່ຄວນຖູໃສ່ໃບໜ້າແຮງຈົນເກີນໄປ.

⭐️⭐️⭐️ ເລີ່ມລ້າງໜ້າຈາກສ່ວນກາງສູ່ພາຍນອກຕາມຮູບໃບໜ້າຂອງໃຜລາວ ມີເຂັດຫຼັບວ່າ ບໍ່ໃຫ້ໃຊ້ນິ້ວໂປ້ທັງສອງຂ້າງ ໃຫ້ໃຊ້ພຽງແຕ່ ສີ່ນິ້ວທີ່ຂອງມືແຕ່ລະຂ້າງເທົ່ານັ້ນເພື່ອຫຼີກລ້ຽງການຖູໃບໜ້າແຮງຈົນເກິນໄປ

⭐️⭐️⭐️⭐️ ຄວນລ້າງໜ້າຫຼາຍໆຄັ້ງ ຈົນໝັ້ນໃຈວ່າບໍ່ມີຄາບສະບູຫຼືໂຟມຕິດຄ້າງຢູ່ໃບໜ້າ ເພາະການລ້າງໜ້າແບບຜ່ານໆ ເສດສະບູຫລືໂຟມອາດຈະຍັງຄົງຕິດຢູ່ເຮັດໃຫ້ເກິດເປັນສິວຝ້າໄດ້

⭐️⭐️⭐️⭐️⭐️ ຜູ້ທີ່ມີຜິວທຳມະດາ ຄວນລ້າງໜ້າຕອນເຊົ້າແລະຕອນຄໍໍ່າ ລວມມື້ນຶ່ງສອງຄັ້ງ ສ່ວນຜູ້ທີ່ມີຜິວມັນຫຼືເກີດສິວງ່າຍຫາກເປັນໄປໄດ້ຄວນລ້າງໜ້າ 3 ຄັ້ງ ເຊົ້າ ສວຍ ແລງ.
ລອງນຳເອົາໄປໃຊ້ເບິ່ງເດີ, ຖ້າໄດ້ຜົນຈັ່ງໃດແຈ້ງຫາແອັດມິນແດ່.

ຮຽບຮຽງໂດຍ: ປະກາດ 🗣

Post Bottom Ad