![]() |
ສ້າງຄວາມໝັ້ນໃຈ ເມື່ອບໍ່ມີກິ່ນປາກຮູນແຮງ |
ຫຼາຍຄົນຄົງປະສົບບັນຫາ ກິນບໍ່ປະສົງ ຈາກລົມຫາຍໃຈ ເວລາໂອ້ລົມ ຫຼື ສົນທະນາກັບຄົນອື່ນ. ສະນັ້ນ, ພວກເຮົາຕ້ອງມາໃສ່ໃຈເປັນພິເສດ. ເພາະການຂາດການອະນາໄມຜົ້ງປາກ ແລະ ແຂ້ວ ຢ່າງສະໝໍ່າສະເໝີ ແລະ ຕໍ່ເນື່ອງ ນັ້ນຄືສາເຫດ ທີ່ເຮັດໃຫ້ມິກິ່ນປາກ.
ມາເບິ່ງນຳກັນວ່າພວກເຮົາຈະມີວິທີຫຼຸດຜ່ອນ ແລະ ປ້ອງກັນບັນຫາກິ່ນປາກແນວໃດແດ່.
ເລີ່ມຈາກການຮຽນຮູ້ແລະເຂົ້າໃຈກ່ອນວ່າ ກິ່ນປາກແມ່ນມາຈາກໃສ? ກິ່ນເໝັນໆ ເຫຼົ່ານັ້ນແມ່ນກິ່ນຂອງແບັດທີເຣຍ ທີ່ມີການສະສົມ ແລະ ຂະຫຍາຍຕົວໃນຜົ້ງປາກເຊັ່ນ ຕາມຫວ່າງແຂ້ວ, ເຫືອກ, ລີ້ນ, ເພດານຜົ້ງປາກ ແລະ ຕາມບ່ອນລີ້ຊ້ອນຕ່າງໆພາຍໃນຜົ້ງປາກ. ຖ້າບໍ່ຢາກໃຫ້ມີກິ່ນປາກພວກເຮົາຕ້ອງກຳຈັດແບັດທີ່ເຣຍເຫຼົ່ານີ້ ໂດຍມີວິທີດັ່ງນີ້:
1. ດຶ່ມນ້ຳໃຫ້ສະໝໍ່າສະເໝີ ເພື່ອຊ່ວຍໃນການລ້າງແບັດທີເຣຍ ແລະ ລ້າງປາກ. ສະນັ້ນ, ຖ້າຮູ້ສຶກວ່າເວລາປາກແຫ້ງ ແລ້ວ ໃຫ້ກິນນ້ຳທັນທີ. ເພາະວ່າເວລາທີ່ປາກແຫ້ງ ແບັດທີເຣຍ ຈະສາມາດຂະຫຍາຍຕົວໄດ້ໄວ້ຫຼາຍ.
2. ອະນາໄມແຂ້ວ ແລະ ຜົ້ງປາກທຸກຄັ້ງຫຼັງອາຫານ. ຖ້າເປັນໄປໄດ້ຄວນເຮັດເປັນນິດໄສເລີຍ ວ່າກິນເຂົ້າແລ້ວ ໃຫ້ບ້ວນປາກ ອະນາໄມ້ແຂ້ວໃຫ້ສະອາດ. ເພາະອາຫານທີເຮົາກິນເຂົ້າໄປ ໂດຍສະເພາະເສດອາຫານທີ່ຕົກຄ້າງ ຄືຕົວການ ໃນການເພາະພັນແບັດທີເຣຍ. ກິນເຂົ້າແລ້ວ, ພັກຜ່ອນຈັກ 5-10 ນາທີ ແລ້ວສີແຂ້ວ ຍິ່ງເປັນການດີ ທັງອາຫານເຊົ້າ, ສວາຍ ແລະ ແລງ. ສຳຄັນທຸກໆ ຄັ້ງທີ່ສີແຂ້ວ ຢ່າລື່ມຜັດລີ້ນແດ່ ເພາະຄົນສ່ວນໃຫຍ່ ບໍ່ຄ່ອຍສົນໃຈຜັດລີ້ນ ເພາະບ່ອນນັ້ນ ຖືເປັນບ່ອນສະສົມ ແບັດທີເຣຍທີ່ດີເລີຍ. ປະຈຸບັນ, ໄມ້ສີແຂ້ວ ຫຼາຍແບບ ແມ່ນຈະມີແນວຜັດລີ້ນ ຢູ່ອີກດ້ານຂົວຫົວແປງສີແຂ້ວ. ສະນັ້ນ, ຈົ່ງເລືອກຊື້ແບບດັ່ງກ່າວ ເພື່ອຄວາມສະດວກ.

3. ໃຊ້ໄມ້ ຫຼື ດ້າຍຂູດແຂ້ວ: ອັນນີ້, ຫຼາຍຄົນຄົງຈະບໍ່ຄ່ອຍໃຊ້ ແຕ່ວ່າຄົນຕ່າງປະເທດ ເຂົານິຍົມກັນດີ ເພາະໄມ້ ຫຼື ດ້າຍຂູດແຂ້ວ ຈະຊ່ວຍໃນການຂູດເສດອາຫານ ຫຼື ຄາບຫີນປູນອອກໄດ້ດີ ເຮັດໃຫ້ບໍ່ເປັນບ່ອນສະສົມຂອງແບດທີເຣຍ.
4. ຫຼີກລ້ຽງອາຫານທີ່ມີກິນຮຸ່ນແຮງ ກໍ່ຈະຊ່ວຍເລື່ອງກິ່ນປາກຄືກັນ.
5. ກິນອາຫານໃຫ້ຄົບໝວດໝູ່ ທັງ 5 ເພື່ອສ້າງສົມດູນດ້ານໂພສະນາການ.
6. ຫ້າມດູດຢາ ແລະ ບໍ່ຄວນດື່ມສິ່ງມືນເມົາເຫຼົ້າຢາຫຼາຍເກີນໄປ ເພາະກິນເຫຼົ້າກິນເບຍ ຢາສູບ ຄືສຸດຍອດຂອງກິ່ນປາກ.
7. ສຳຄັນທີ່ສຸດ,ໃຫ້ໄປປຶກສາໝໍແຂ້ວ ຢ່າງໜ້ອຍທຸກໆ 3 ເດືອນ ເພື່ອກວດສຸຂະພາບແຂ້ວ.
ຮຽບຮຽງໂດຍ: ປະກາດ