ກິນໜ້ອຍເປັນຢາ ກິນຫຼາຍໃຫ້ໂທດ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ກິນໜ້ອຍເປັນຢາ ກິນຫຼາຍໃຫ້ໂທດ


ກິນໜ້ອຍເປັນຢາ ກິນຫຼາຍໃຫ້ໂທດ
----

ກ່ອນອື່ນຕ້ອງຂອງໃຈເພດຈ໌ ວິທະຍາສາດ ທີ່ໄດ້ຊ່ວຍອະທິບາຍກ່ຽວກັບມາດຕະຖານການດື່ມທີ່ສາກົນກຳນົດ ເອີ້ນວ່າ Standard Drink ໂດຍອົງການອະນາໄມໂລກກຳນົດໄວ້ວ່າ 1 Drink ແມ່ນຕ້ອງມີປະລິມານແອລກໍຮໍ 10 ກຣາມ

ເຊິ່ງການຈະຄຳນວນໄດ້ຕ້ອງຮູ້ຈັກດີກຣີ ຂອງເຄື່ອງດື່ມ ແລະປະລິມານທີ່ດື່ມ ແລ້ວໃຊ້ໂຕເລກ 0.79 ເປັນຄ່າມາດຕະຖານໃນການແປງຫົວຫນ່ວຍ ເພາະໃນແຕ່ລະມິນລີລິດຂອງເອທານອລ ຈະມີແອັລກໍຮໍບໍລິສຸດຢູ່ທີ່ 0.79 ກຣາມ ດັ່ງນັ້ນສູດຄຶດໄລ່ຈຶ່ງແມ່ນ

" ບໍລິມາດ (ml) x ດີກຣີ/100 x 0.79 = gm alcohol "

ມາເບິ່ງຕົວຢ່າງ:
- ເບຍ 1 ກະປ໋ອງ (330ml) ມີແອັລກໍຮໍ 5% ກໍຈະໄດ້ 330 x 0.05 x 0.79 = 13 (ຫມາຍຄວາມເບຍນຶ່ງປ໋ອງເກີນ 1 Drink ໄປ)

- ວາຍ 1 ຈອກ (140ml) ມີແອັລກໍຮໍ 12% ກໍຈະໄດ້ 140 x 0.12 x 0.79 = 13.3

- ວິສກີ້ 1 ຊ໊ອດ (40ml) ມີແອັລກໍຮໍ 40% ກໍຈະໄດ້ 40 x 0.40 x 0.79 = 12.6

ເມື່ອຮູ້ຄ່າມາດຕະຖານການດື່ມແລ້ວບາດນີ້ເຮົາຈະເຂົ້າສູ່ປະໂຫຍດຂອງການດື່ມເບຍ ແລະ ແອງກໍຮໍ ວ່າມັນມີປະໂຫຍດແນວໃດແນ່?

ເຊິ່ງຈາກຜົນວິໄຈຫລາຍໆໂຕ ເຮັດໃຫ້ເຮົາເຫັນປະໂຫຍດຂອງການດື່ມເບຍຢ່າງຫລວງຫລາຍ ແຕ່ມີເງື່ອນໄຂວ່າ:

"ປະໂຫຍດເຫລົ່ານັ້ນຈະເກີດໃນກໍລະນີທ່ານດື່ມບໍ່ເກີນມື້ລະ 1 Drink ໃນຄົນທີ່ສຸຂະພາບດີປົກກະຕິ ແລະບໍ່ມີພະຍາດປະຈຳໂຕ. ດັ່ງນັ້ນຖ້າດື່ມເກີນ 1 Drink ຕໍ່ມື້ ຫລືເປັນຄົນທີ່ມີພະຍາດປະຈຳໂຕເຊັ່ນ ຄວາມດັນ, ຫົວໃຈ, ເສັ້ນເລືອດໃນສະຫມອງ, ເບົາຫວານ ແລະອື່ນໆ ກໍຈະບໍ່ໄດ້ປະໂຫຍດຫຍັງເລີຍ ຊ້ຳຮ້າຍອາດຈະເກີດໂທດ"




ວ່າແລ້ວກໍມາເບິ່ງວ່າປະໂຫຍດນັ້ນມີຫຍັງແນ່ ແລະຖ້າດື່ມເກີນ ຈາກປະໂຫຍດທີ່ຄວນໄດ້ ມັນຈະກາຍເປັນໂທດແນວໃດ???

1. ຊ່ອຍລົດຄວາມດັນເລືອດ
ຜົນວິໄຈບອກວ່າການດື່ມເບຍພໍປະມານ (ມື້ລະບໍ່ເກີນ 1 Drink) ຈະລົດໂອກາດເປັນຄວາມດັນເລືອດສູງ ແຕ່ຖ້າຫາກດື່ມເກີນຜົນທີ່ໄດ້ຈະກົງກັນຂ້າມ ເພາະຈະເພີ່ມປັດໃຈສ່ຽງຂອງການເປັນຄວາມດັນເລືອດສູງແທນ

2. ປ້ອງກັນໂຣກຫົວໃຈ
ງານວິໄຈຫລາຍໆໂຕຢືນຢັນວ່າການດື່ມເບຍມື້ລະບໍ່ເກີນ 1 Drink ມີຜົນຊ່ອຍປ້ອງກັນໂຣກຫົວໃຈ ແຕ່ຖ້າດື່ມເກີນກໍເຊັ່ນເຄີຍຈະມີໂທດດ້ານດື່ນໆຕາມມາອີກຫລາຍ ດັ່ງຂໍ້ຕໍ່ໆໄປດ້ານລຸ່ມນີ້

3. ຊ່ອຍໃຫ້ກະດູກແຂງແຮງ
ມີງານວິໄຈໂດຍໃຫ້ກຸ່ມໂຕຢ່າງດື່ມເບຍມື້ລະ 1 ປ໋ອງ ແລະໄດ້ຜົນວ່າ ອາດຈະຊ່ອຍເພີ່ມມວນກະດູກໄດ້ໃນຜູ່ຊາຍສູງອາຍຸ ແລະເພດຍິງໃນໄວຫມົດປະຈຳເດືອນ ແຕ່ທີມວິໄຈກໍເຕືອນວ່າເກີດສະເພາະກັບເບຍ (ບໍ່ລວມວາຍ ຫລືເຫລົ້າ) ແລະຈຳນວນຜູ່ເຂົ້າການທົດລອງຫນ້ອຍເກີນໄປ ຕ້ອງລະວັງເລື່ອງການສະຫລຸບຜົນ
ນອກຈາກນີ້ໃນການທົດລອງດຽວກັນ ມີອີກກຸ່ມນຶ່ງໄດ້ຮັບການໃຫ້ດື່ມເບຍຫລາຍກວ່າ 2 ປ໋ອງຕໍ່ມື້ ແລະພົບວ່າມັນໄປເພີ່ມຄວາມສ່ຽງຂອງກະດູກຫັກ

4. ປ້ອງກັນນິ້ວຫມາກໄຂ່ຫລັງ
ມີການວິໄຈບາງຈຳນວນພົບວ່າການດື່ມເບຍມື້ລະ 1 Drink ແລະດື່ມນ້ຳຫລາຍໆ ເປັນປັດໃຈເສີມທີ່ຊ່ອຍໃຫ້ປ້ອງກັນການເປັນນິ້ວໃນທໍ່ຍ່ຽວຂອງເພດຊາຍໄດ້ ສ່ວນໃນຜູ່ຍິງບໍ່ມີຜົນ

5. ຊ່ອຍຕ້ານມະເຮັງ
ຂໍ້ນີ້ມີງານວິໄຈທີ່ກ່ຽວຂ້ອງທີ່ໂຍງເບຍໄປໃສ່ກັບມະເຮັງໄດ້ແມ່ນ ເຂົາເຈົ້າທົດລອງເອົາຊີ້ນມາແຊ່ໃນເບຍ ເຊິ່ງພົບວ່າມັນສາມາດລົດສານກໍ່ມະເຮັງໃນກຸ່ມ heterocyclic aromatic amines ໄດ້ປະມານ 70% (ແຕ່ຕ້ອງແຊ່ປະມານ 4-6 ຊົ່ວໂມງ) ແລະຍັງມີບາງການວິໄຈພົບວ່າສານບາງຊະນິດໃນເບຍຊ່ອຍລົດການຕອບສະຫນອງຂອງຮໍໂມນເພດເຊິ່ງສົ່ງຜົນໃຫ້ລົດຄວາມສ່ຽງເປັນມະເຮັງອັນທະໃນຜູ່ຊາຍ ແຕ່ທັງຫມົດທີວ່່ານັ້ນຄືຜົນທົດລອງໃນຫລອດທົດລອງ
ເພາະເມື່ອມາເບິ່ງຂໍ້ມູນດ້ານລະບາດວິທະຍາ ພົບວ່າການດື່ມເບຍ ແລະເຫລົ້າ ມີຄວາມສ່ຽງໃຫ້ເປັນມະເຮັງອັນທະ ແລະມະເຮັງທີ່ກ່ຽວກັບທາງເດີນອາຫານ, ມະເຮັງຕັບ, ມະຮັບຊ່ອງປາກ, ມະເຮັງຜິວຫນັງ, ມະເຮັງຮັງໄຂ່

6. ຊ່ອຍໃຫ້ອາຍຸຍືນ
ຈາກການວິໄຈຫລາຍໆໂຕລວມກັນພົບວ່າ ການດື່ມເບຍໃນລະດັບທີ່ພໍດີ ຈະເຮັດໃຫ້ອາຍຸຍືນຍາວຂຶ້ນ ເພາະຊ່ອຍລົດການເປັນເບົາຫວານ, ຫລອດເລືອດໃນສະຫມອງແລະຫົວໃຈຕີບ. ແຕ່ມີເງື່ອນໄຂວ່າ ຫ້າມດື່ມກ່ອນອາຍຸ 20 ປີ ແລະຫ້າມເມົາ ນັ້ນກໍຄືຫ້າມດື່ມເກີນມື້ລະ 2 Drink ເພາະຖ້າເກີນ ສິ່ງທີ່ໄດ້ຈະກົງກັນຂ້າມ ອາຍຸຈະສັ້ນລົງຈາກມະເຮັງ, ຕັບ, ອຸບັດຕິເຫດ ແລະສາລະພັດພະຍາດທີ່ອາດຕາມມາ

7. ປ້ອງກັນເບົາຫວານ
ມີການວິໄຈພົບວ່າການດື່ມເບຍມື້ລະ 1 Drink ໃນຄົນທີ່ບໍ່ເຄີຍດື່ມມາກ່ອນ ຊ່ອຍລົດຄວາມສ່ຽງເປັນເບົາຫວານລົງໄດ້ 20% ແຕ່ຜົນດັ່ງກ່າວຈະໃຊ້ບໍ່ໄດ້ໃນຄົນທີ່ດື່ມເປັນປະຈຳ ແລະດື່ມຫລາຍ
ນັກວິໄຈພົບວ່າການດື່ມເບຍຈະກະຕຸ້ນໃຫ້ຮ່າງກາຍຕອບສະຫນອງຕໍ່ອິນຊູລິນດີຂຶ້ນ ແຕ່ໃນທາງກົງກັນຂ້າມຖ້າດື່ມເບຍຫລາຍຈົນມີຂີ້ໂພ່ນ ຂີ້ໂພ່ນທີ່ເປັນແຫລ່ງສະສົມຂອງໄຂມັນ ຈະກາຍເປັນໂຕການພາໃຫ້ກາຍເປັນເບົາຫວານເອງ

8. ລົດຄວາມສ່ຽງເປັນອຳມະພາດ
ມີງານວິໄຈພົບວ່າ ການດື່ມເບຍມື້ລະ 1 Drink ຊ່ອຍລົດຄວາມສ່ຽງໂຣກເສັ້ນເລືອດໃນສະຫມອງຕີບໄດ້ ເບິ່ງຄືວ່າດີແມ່ນບໍ່ ແຕ່ວ່າທີມວິໄຈດຽວກັນນີ້ລະທີ່ພົບວ່າ ມັນໄປເພີ່ມຄວາມສ່ຽງເລື່ອງເສັ້ນເລືອດໃນສະຫມອງແຕກຂຶ້ນປະມານ 3 ທົບ.

ກໍປະມານນັ້ນນໍ້ ຄຳວ່າດື່ມພໍປະມານກໍຄື 1-2 Drink ຕໍ່ມື້ເທົ່ານັ້ນ ຖ້າດື່ມກາຍນີ້ກໍຖືວ່າບໍ່ໄດ້ປະໂຫຍດຫຍັງ ແຕ່ກາຍເປັນໂທດ

ຂໍ້ມູນອ້າງອີງ: https://www.facebook.com/HmxMaew/photos/a.398936216867904.96187.398912630203596/438525859575606/

- Arch Intern Med. 2002;162(5):569-574.
- Am J Clin Nutr April 2009 vol. 89 no. 1188-1196
- Am. J. Epidemiol. (1999) 150 (2): 187-194.
- J. Agric. Food Chem., 2008, 56 (22), pp 10625–10632
- Mutat Res. 2004 Apr 11;559(1-2):177-87.
- Report of the DGAC on the Dietary Guidelines for Americans, 2010 Section 7
- Diabetes January 2011 60:74-79

-----
more @ www.pakaad.com

Post Bottom Ad