ຊ່ວຍທ້າວບຸນທັນ ດ້ວຍ! - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ຊ່ວຍທ້າວບຸນທັນ ດ້ວຍ!


ວອນສັງຄົມ ຊ່ວຍທ້າວບຸນທັນ ດ້ວຍ!
-------------------------------------------------------
ທາງທີມງານໂທລະໂຄ່ງ, ທີມງານອາໂຫຼ ແລະ ສະມາຄົມອາສາກູ້ໄພນະຄອນຫຼວງ ໄດ້ຮັບການຮ້ອງຂໍຈາກຜູ້ປົກຄອງ ຂອງ ທ້າວ ບຸນທັນ ອາຍຸ 10 ປີ ມາແຕ່ບ້ານ ໂພນໄຊ ສຳມະໂນຄົວເລກທີ 63/05, ເຮືອນເລກທີ 63 ໜ່ວຍ 05, ເມືອງຮຸນ, ແຂວງ ອຸດົມໄຊ ເປັນລູກຜູ້ທີ່ 4 ຂອງທ້າວ ຂຽນ ກັບນາງ ໄມ ເຊິ່ງຫຼັງເດັກມີອາການເຈັບແຮງເປັນຕຸ່ມໃຫ່ຍຂື້ນຜິດປົກກະຕິມາ 5 ເດືອນ ແລ້ວ ແຕ່ທີ່ຜ່ານມາຜູ້ເປັນພໍ່,ແມ່ ກໍ່ໄດ້ໄປປີນປົວຢູ່ໂຮງໝໍ ມິດຕະພາບ ແລະ ໂຮງໝໍຢູ່ຫວຽດນາມ ກໍ່ບໍ່ດີຂື້ນ, ເຊິ່ງປະຈຸບັນແມ່ນຫຼັງໃຄ່ ທີ່ກາງຫຼັງ ທາງໂຮງໝໍໄດ້ນຳສົ່ງມາໂຮງໝໍຢູ່ໄທ ການໃຊ້ຈ່າຍຄ່າປິນປົວທີ່ຜ່ານມາ ພໍ່ແມ່ ແມ່ນໄດ້ຂາຍ ລົດ, ຂາຍນາ ມາຈ່າຍຄ່າປິນປົວເພື່ອສິໃຫ້ລູກເຊົາ ດຽວນີ້ພໍ່ແມ່ບໍ່ມີເງິນຮັກສາລູກແລ້ວ.

ທ້າວບຸນທັນ ມີອາການເບື້ອງຕົ້ນແມ່ນລາວຮູ້ສຶກເຈັບແອວ ໃນຊ່ວງເດືອນ ກໍລະກົດ 2014 ຍ້ອນເວລາລາວຫຼອນລຸກຂຶ້ນ ແລ້ວ ຫຼັງໄປຕຳເອົາຕັ່ງ. ຈາກນັ້ນພໍ່ແມ່ໄດ້ນຳມາກວດທີ່ໂຮງໝໍ 150 ຕຽງ ແລະ ໄດ້ມີການກວດສອບ ສ່ອງໄຟຟ້າ ແລ້ວພົບກ້ອນເນື້້້ອທີ່ກະດູກສັນຫຼັງ, ຈິ່ງໄດ້ເຮັດການຜ່າຕັດອອກ ແລະ ຮັບຢາໃນຊ່ວງເດືອນ ກໍລະກົດ, ຈາກນັ້ນແພດໄດ້ອານຸຍາດໃຫ້ກັບໄປຮັກສາ ກິນຢາທີ່ໂຮງໝໍທີ່ອຸດົມໄຊ. ແຕ່ຫຼັງຈາກນັ້ນ, ອາການບໍ່ດີຂຶ້ນ ແລະ ປະກົດວ່າຫຼັງໃຄ່ຂຶ້ນຮຸນແຮງ ແລະ ເຮັດໃຫ້ດຽວນີ້ ທ້າວບຸນທັນ ບໍ່ສາມາດຍ່າງໄດ້, ແຕ່ຍັງສາມາດ ກິນເຂົ້າກິນນ້ຳ ແລະ ປາກເວົ້າໄດ້ຢູ່. ທາງຄອບຄົວໄດ້ຊອກທຶນຮອນ ແລະ ນຳລູກກັບມາຫາໂຮງໝໍ 150 ຄັ້ງ ກໍ່ບໍ່ດີຂຶ້ນ. ຈິ່ງໄດ້ນຳໄປທີ່ໂຮງໝໍອຸດອນ ກໍ່ເຮັດໃຫ້ອາການຂອງນ້ອງບໍ່ເຈັບຫຼາຍ. ແຕ່ຍ້ອນເງິນທີ່ມີໝົດຄອບຄົວ ແມ່ນຂາຍລົດ ແລະ ດິນນາມານັ້ນໝົດແລ້ວ ເຊິ່ງໝົດເງິນໄປທັງໝົດຈາກການຂາຍລົດ ແລະ ດິນປະມານ ເຈັບສິບກວ່າລ້ານກີບ. ຈິ່ງບໍ່ສາມາດທີ່ຈະຮັກສາຕໍ່ທີ່ໄທ ເພາະຄ່າປິນປົວແພງ.

ທາງໂຮງໝໍຢູ່ອຸດອນ ໄດ້ບົງມະຕິພະຍາດ ແລະ ຈຳຕ້ອງໄດ້ເຮັດການຜ່າຕັດ ເຊິ່ງຕ້ອງໄດ້ໃຊ້ເງິນເປັນຈຳນວນຫຼາຍ ເພາະຕ້ອງໄດ້ເຮັດຫຼາຍຄັ້້ງ ເຊິ່ງການຄາດຄະເນ ລາຍຈ່າຍເບື້້ອງຕົ້ນແມ່ນປະມານ ສາມແສນບາດ ຫຼື 75 ລ້ານກີບ. ແລະ ໄດ້ນັດໃຫ້ໄປກວດອີກຄັ້ງ ໃນວັນທີ 8 ມັງກອນ 2014, ແຕ່ຖ້າຫາກມີງົບພຽງພໍ ກໍ່ສາມາດທີ່່ຈະເຂົ້າໄປຮັບການປິ່ນປົວກ່ອນເວລານັດໝາຍກໍ່ໄດ້.

ເນື່ອງຈາກທາງຄອບຄົວມາຈາກຊົນນະບົດທຸກຍາກ, ຂາດເຂີນເງິນໃນການຮັກສາປິ່ນປົວຜ່າຕັດໃຫ້ນ້ອງ ຈິ່ງຝາກຂໍຄວາມຊ່ວຍເຫຼືອຈາກຜູ້ທີ່ມີນ້ຳໃຈຈາກສັງຄົມ ຊ່ວຍກັນປະກອບສ່ວນກອບກູ້ເອົາຊີວິດນ້ອງດ້ວຍ.
ທາງທີມງານໂທລະໂຄ່ງ, ອາໂຫຼ ແລະ ສະມາຄົມອາສາກູ້ໄພນະຄອນຫຼວງຈິ່ງໄດ້ ເຮັດການເປີດບັນຊີໃຫ້ແກ່ທ້າວບຸນທັນ. ເພື່ອເປັນຊ່ອງທາງໃຫ້ທຸກທ່ານໄດ້ຊ່ວຍປະກອບສ່ວນ ໃນການປິ່ນປົວນ້ອງຄົນນີ້.

ຊື່ບັນຊີ: BOUNTHAN MR
ເລກບັນຊີ: 094 12 0001 0405 83001
ບັນຊີເງິນກີບ
ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ

ທ່ານສາມາດສອບຖາມເພິ່ມເຕີມທີ່ເບີ: 02023449090

ຂໍຂອບໃຈ
ໂທລະໂຄ່ງ, ອາໂຫຼ ແລະ ສະມາຄົມອາສາກູ້ໄພນະຄອນຫຼວງວຽງຈັນ






Post Bottom Ad